ແຜນງານຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ
ລາຍລະອຽດຂອງໂຄງການ
ຊື່ໂຄງການ : ແຜນງານຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ I & II
ໃຫ້ທຶນໂດຍ : ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງແຜນການ ແລະ ການລົງທຶນ; ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໄລຍະໂຄງການ : 2015 ຫາ 2019
ຄວາມເປັນມາ
ປະຊາຊົນລາວສ່ວນໃຫຍ່ແມ່ນອາໄສການເຮັດກະສິກຳໂດຍກົງ. ລັດຖະບານໄດ້ສູ້ຊົນເພື່ອທີ່ຈະປົກປ້ອງສິດທາງກົດໝາຍຂອງປະຊາຊົນຢູ່ເຂດຊົນນະບົດໃນການນຳໃຊ້ ແລະ ເກັບກ່ຽວຜົນປະໂຫຍດຈາກທີ່ດິນຂອງພວກເຂົາ ເພື່ອຄຸ້ມຄອງການລົງທຶນແບບຍືນຍົງ. ການໃຫ້ສຳປະທານທີ່ດິນແກ່ນັກລົງທຶນ ລວມໄປເຖິງການປົກປ້ອງສິດນຳໃຊ້ທີ່ດິນທີ່ບໍ່ພຽງພໍ ເຮັດໃຫ້ເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງບັນດາຊາວກະສິກອນຈຳນວນບໍ່ໜ້ອຍ, ໂດຍສະເພາະແມ່ນ ກຸ່ມຄົນສ່ວນນ້ອຍ ແລະ ກຸ່ມແມ່ຍິງ. ການປະຕິບັດກິດຈະກຳຂອງບັນດານັກລົງທຶນສ່ວນໃຫຍ່ແມ່ນບໍ່ເປັນໄປຕາມແນວທາງນະໂຍບາຍຂອງລັດຖະບານ ຫຼື ມາດຖານສາກົນ ເປັນຕົ້ນແມ່ນ ບົດແນະນຳຕາມຄວາມສະໝັກໃຈການຄຸ້ມຄອງບໍລິຫານການຄຸ້ມຄອງນຳໃຊ້ຢ່າງມີຄວາມຮັບຜິດຊອບ ໃນເລື່ອງທີ່ດິນ, ພື້ນທີ່ປະມົງ ແລະ ປ່າໄມ້ (VGGT). ນອກຈາກນີ້, ປະຊາຊົນຢູ່ເຂດຊົນນະບົດແມ່ນບໍ່ຄ່ອຍໄດ້ເຂົ້າຮ່ວມໃນຂະບວນການວາງແຜນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນ, ພ້ອມດຽວກັນນີ້ ບັນດາອົງກອນພາກລັດແມ່ນມີຂີດຈຳກັດດ້ານຄວາມອາດສາມາດໃນການກຳນົດອອກແບບ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດເພື່ອແກ້ໄຂຄວາມທຸກຍາກ.
ແຜນງານຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ (LMDP), ໃນນາມທີ່ເປັນສ່ວນໜຶ່ງຂອງ ແຜນງານທີ່ດິນ ລາວ-ເຢຍລະມັນ ໄດ້ຈັດຕັ້ງປະຕິບັດກິດຈະກຳເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້ ແຕ່ປີ 2015 ເຖິງ 2019. ໃນໄລຍະທີ 2 ຂອງແຜນງານ LMDP II ແມ່ນໄດ້ສ້າງຂຶ້ນຈາກປະສົບການຂອງແຜນງານກ່ອນໜ້ານີ້.
ແຜນງານຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ I ແລະ II ມີຈຸດປະສົງໃນການເຂົ້າເຖິງຊຸມຊົນຢູ່ເຂດຊົນນະບົດ ເຊິ່ງລວມເອົາກຸ່ມແມ່ຍິງ ແລະ ກຸ່ມຊົນເຜົ່າ, ປະຈຸບັນແຜນງານດັ່ງກ່າວ ແມ່ນເຮັດວຽກຢູ່ ສາມແຂວງເປົ້າໝາຍຂອງລາວ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນຂະບວນການວາງແຜນ ແລະ ການຕັດສິນໃຈກ່ຽວກັບທີ່ດິນ ທັງເປັນການເກັບກ່ຽວຜົນປະໂຫຍດແບບຍືນຍົງຈາກການພັດທະນາເສດຖະກິດ ແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ. ແຜນງານ ຍັງມີຄວາມພະຍາຍາມທີ່ຈະປະກອບສ່ວນເຂົ້າໃນການປັບປຸງການຄຸ້ມຄອງທີ່ດິນ ເຊິ່ງລວມເອົາ ການວາງແຜນນຳໃຊ້ທີ່ດິນຢູ່ທຸກໆຂັ້ນ ແລະ ເສີມສ້າງຄວາມໝັ້ນຄົງໃນການຄອບຄອງນຳໃຊ້ທີ່ດິນໃຫ້ແກ່ຊຸມຊົນຢູ່ເຂດຊົນນະບົດ.
ເນື່ອງຈາກເປັນປັດໃຈສຳຄັນໃນການເສີມສ້າງສິດກ່ຽວກັບທີ່ດິນ, ການເຂົ້າເຖິງທີ່ດິນຂອງຊຸມຊົນຢູ່ເຂດຊົນນະບົດຈະໄດ້ຮັບການປົກປ້ອງ ໂດຍການເສີມຂະຫຍາຍກິດຈະກຳການຂຶ້ນທະບຽນທີ່ດິນແບບເປັນລະບົບ ແລະ ການອອກໃບຕາດິນ. ໃນທາງກົງກັນຂ້າມ, ມັນໄດ້ຮຽກຮ້ອງໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຈາກພາກລັດມີຄວາມອາດສາມາດດ້ານເຕັກນິກວິຊາການ ແລະ ມີຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດກິດຈະກຳຂຶ້ນທະບຽນທີ່ດິນໂດຍອີງໃສ່ແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມ ແລະ ເພື່ອການຄຸ້ມຄອງທີ່ດິນບົນພື້ນຖານການວິເຄາະໄຕ່ຕອງຢ່າງຮອບຄອບ. ວິໄສທັດສຳລັບປະເທດລາວເຮົາໃນຂົງເຂດວຽກງານດັ່ງກ່າວນີ້ແມ່ນ ຄວາມເປັນເຈົ້າຂອງກຳມະສິດໃນທີ່ດິນຂອງປະຊາຊົນຍັງຄົງສືບຕໍ່ເຖິງແມ່ນວ່າ ແຜນງານຂອງ GIZ ຈະສິ້ນສຸດລົງ, ຢູ່ຂົງເຂດເປົ້າໝາຍຂອງໂຄງການບັນດາຕອນດິນໄດ້ຮັບການກຳນົດ, ຂຶ້ນທະບຽນ ແລະ ບັນທຶກໄວ້ໃນ ໂປຣແກຣມຖານຂໍ້ມູນກ່ຽວກັບທີ່ດິນສູນກາງ (the Lao LandReg) ຢ່າງເປັນລະບົບ.
ຈຸດປະສົງ
ບັນດານະໂຍບາຍ, ການຈັດຕັ້ງປະຕິບັດ ແລະ ຂະບວນການວາງແຜນທີ່ກ່ຽວຂ້ອງກັບວຽກງານທີ່ດິນຂອງລັດຖະບານລາວ ໂດຍສະເພາະແມ່ນ ລະຫວ່າງກຸ່ມນັກລົງທຶນ, ອໍານາດການປົກຄອງບ້ານ ແລະ ຊຸມຊົນໄດ້ຮັບການປັບປຸງ
ເປົ້າໝາຍ
ທາງແຜນງານໄດ້ສູ້ຊົນເຮັດວຽກກ່ຽວກັບສິດໃນທີ່ດິນ ຈາກຂັ້ນສູນກາງ ຫາ ຂັ້ນທ້ອງຖິ່ນ ເພື່ອສະໜອງຕາມຄວາມຮຽກຮ້ອງການຂອງ ຂັ້ນທ້ອງຖິ່ນ ຫາ ຂັ້ນສູນກາງ.
- ສະໜອງການໃຫ້ຄຳປຶກສາທາງດ້ານນະໂຍບາຍ ແລະ ດ້ານເຕັກນິກວິຊາການ ໃຫ້ແກ່ຄູ່ຮ່ວມງານພາກລັດໃນການປັບປຸງສິດກ່ຽວກັບທີ່ດິນ, ຄວາມໝັ້ນຄົງໃນການຄອບຄອງນຳໃຊ້ທີ່ດິນ, ສ້າງຄວາມເຂັ້ມແຂງທາງດ້ານການສຳຫຼວດຕອນດິນແບບເປັນລະບົບ, ການຂຶ້ນທະບຽນ ແລະ ອອກໃບຕາດິນ ທັງດິນສ່ວນບຸກຄົນ ແລະ ດິນຊຸມຊົນ. ພ້ອມກັນນີ້ ທາງແຜນງານຍັງມີຄວາມໝາຍໝັ້ນທີ່ຈະສະໜັບສະໜູນການປຶກສາຫາລືລະຫວ່າງບັນດາຜູ້ໃຫ້ທຶນ, ຄູ່ຮ່ວມງານພາກລັດ ແລະ ບັນດາອົງການຈັດຕັ້ງທາງສັງຄົມ.
- ພັດທະນາຂີດຄວາມອາດສາມາດ - ບໍ່ວ່າຈະເປັນການຝຶກ-ສອນ ຈາກການປະຕິບັດວຽກຕົວຈິງ, ຈັດຕັ້ງຝຶກອົບຮົມ ແລະ ຈັດກອງປະຊຸມປຶກສາຫາລື ແບບເປັນທາງການ ລວມໄປເຖິງການໄປຮຽນຮູ້ແລກປ່ຽນກັບປະເທດອື່ນໆ - ເຊິ່ງກຸ່ມເປົ້າໝາຍແມ່ນຄູ່ຮ່ວມງານພາກລັດຈາກ ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ທີ່ຢູ່ຂັ້ນສູນກາງ ພ້ອມດ້ວຍບັນດາສາຍຕັ້ງທີ່ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ. ການສ້າງຄວາມອາດສາມາດເຫຼົ່ານີ້ໄດ້ເນັ້ນກ່ຽວກັບ ຄວາມອາດສາມາດທາງດ້ານເຕັກນິກວິຊາການ ເປັນຕົ້ນແມ່ນ ການວັດແທກ ແລະ ແບ່ງຂອບເຂດດິນ, ການວາງແຜນນຳໃຊ້ທີ່ດິນ ຢູ່ຂັ້ນບ້ານ, ຂັ້ນເມືອງ ແລະ ຂັ້ນແຂວງ, ຄວາມຮູ້ທາງດ້ານກົດໝາຍ ແລະ ແບບຢ່າງການປະຕິບັດທີ່ດີ ໃນກໍລະນີຂອງການລົງທຶນທາງດ້ານກະສິກຳແບບຍືນຍົງ, ຄວາມອາດສາມາດຂອງອົງກອນ ໃນການປະສານງານກັບພາກສ່ວນຕ່າງໆ ແລະ ການຕອບສະໜອງທີ່ດີຂຶ້ນກ່ຽວກັບຄຳສະເໜີຄວາມຂັດຂ້ອງຈາກຊຸມຊົນກ່ຽວກັບ ບົດບາດ ຍິງ - ຊາຍ, ຂໍ້ຂັດແຍ່ງ ທີ່ລະອຽດອ່ອນ ລວມທັງການຄຸ້ມຄອງຂໍ້ມູນຂ່າວສານຕ່າງໆ
ເຊິ່ງກິດຈະກຳດັ່ງກ່າວແມ່ນໄດ້ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມ ແລະ ແກ້ໄຂຂໍ້ຂັດແຍ່ງ ຢູ່ຂັ້ນບ້ານ, ກຸ່ມບ້ານ ແລະ ຂັ້ນເມືອງ ເພື່ອເປັນພື້ນຖານໃຫ້ແກ່ການແກ້ໄຂໃນຂັ້ນຕໍ່ໆໄປ. ສຳລັບວຽກງານການລົງທຶນ ແມ່ນໄດ້ເຮັດວຽກກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງໃນການສ້າງລະບົບການຕິດຕາມກວດກາ ເພື່ອເປັນການສົ່ງເສີມການປະຕິບັດຕາມລະບຽບກົດໝາຍຂອງການລົງທຶນ ໃນການເປັນແບບຢ່າງທີ່ດີ, ສົ່ງເສີມການແລກປ່ຽນລະຫວ່າງພາກລັດ, ນາຍທຶນ ແລະ ຊຸມຊົນ ເພື່ອນຳໄປສູ່ການສ້າງຂໍ້ຕົກລົງຮ່ວມກັນເພື່ອການປັບປຸງທີ່ດີຂຶ້ນ. - ນອກຈາກນີ້, ຍັງໄດ້ມີການຮ່ວມມືກັບໂຄງການອື່ນໆຂອງອົງການຈີໄອແຊັດໃນລະດັບພາກພື້ນ ເປັນຕົ້ນແມ່ນ ແຜນງານປັບປຸງການຄຸ້ມຄອງທີ່ດິນໃນຂົງເຂດແມ່ນ້ຳຂອງ (ILM-MR) ທີ່ເຮັດວຽກຢ່າງໃກ້ຊິດກັບ ແຜນງານການຈັດການທີ່ດິນໃນຂົງເຂດແມ່ນ້ຳຂອງ (MRLG) ຂອງອົງການສະວິສເພື່ອການພັດທະນາ ແລະ ຮ່ວມມື (SDC) ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງຮ່ວມກັນ ເຊັ່ນ ແຜນງານ (MRLG) ໄດ້ໃຫ້ທຶນສະໜັບສະໜູນແກ່ຫຼາຍໆໂຄງການທີ່ເປັນຄູ່ຮ່ວມງານກັບ ແຜນງານ LMDP ໃນການດຳເນີນກິດຈະກຳໃຫ້ຄວາມຮູ້ປູກຈິດສຳນຶກແກ່ຊາວບ້ານ ກໍຄື ການຝຶກອົບຮົມກ່ຽວກັບສັນຍາກະສິກຳໃຫ້ແກ່ຊາວກະສິກອນ.
- ແຜນງານ LMDP ໄດ້ສ້າງຂີດຄວາມອາດສາມາດ ແລະ ການຮຽນຮູ້ໃຫ້ແກ່ບັນດາຄູ່ຮ່ວມງານທີ່ກ່າວມາຂ້າງເທິງທີ່ມາຈາກໂຄງການອື່ນໆທີ່ນອນໃນແຜນງານທີ່ດິນ ລາວ-ເຢຍລະມັນ ໂດຍສະເພາະແມ່ນ ແຜນງານເສີມສ້າງຄວາມໝັ້ນຄົງໃນການຄອບຄອງນຳໃຊ້ທີ່ດິນ (ELTeS) ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017 ຫາ 2020 ແຜນງານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຢູ່ເຂດເປົົ້າໝາຍທີ່ແຕກຕ່າງກັນ ແລະ ໄດ້ມີການພັດທະນາ ແນວຄວາມຄິດ ແລະ ວິທີການດຳເນີນງານທີ່ເປັນນະວັດຕະກຳໃໝ່ໆ.
ສິ່ງທີ່ພວກເຮົາໄດ້ບັນລຸ
ແຜນງານຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ (LMDP II) ໄດ້ມີການລິເລີ່ມກິດຈະກຳໃນຊ່ວງບໍ່ດົນມານີ້ ດ້ວຍເຫດນີ້, ແຜນງານດັ່ງກ່າວຈຶ່ງຍັງບໍ່ໄດ້ຮັບໝາກຜົນທີ່ເປັນຮູບປະທຳເທື່ອ. ເຖິງຢ່າງໃດກໍຕາມ, ແຜນງານນີ້ແມ່ນໄດ້ສ້າງຂຶ້ນບົນພື້ນຖານຜົນສຳເລັດຂອງແຜນງານ LMDP I ເຊິ່ງປະກອບດ້ວຍ:
- ວຽກງານວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມ ເຊິ່ງໄດ້ດຳເນີນກິດຈະກຳຢູ່ 67 ບ້ານ ໃນ 8 ເມືອງ ທີ່ນອນໃນ 4 ແຂວງເປົ້າໝາຍຂອງລາວ, ແຜນງານດັ່ງກ່າວໄດ້ນຳສະເໜີບາງວິທີການປົກປ້ອງດິນຫຼາຍກ່ວາ 140,000 ເຮັກຕາ.
- ຕອນດິນຫຼາຍກວ່າ 31,000 ຕອນ ໄດ້ຮັບການຂຶ້ນທະບຽນທີ່ດິນ, ໃນນັ້ນ 70% ແມ່ນໄດ້ຂຶ້ນທະບຽນອອກຊື່ເປັນກຳມະສິດຂອງແມ່ຍິງ ຫຼື ອອກຊື່ຮ່ວມເປັນສິນສົມສ້າງ.
- ອອກໃບຕາດິນຫຼາຍກວ່າ 25,000 ສະບັບ ຢູ່ເຂດເປົ້າໝາຍໂຄງການ ເປັນການຊ່ວຍໃຫ້ມີຄວາມໝັ້ນຄົງໃນການຄອບຄອງນຳໃຊ້ທີ່ດິນແບບເປັນທາງການໃນລະດັບສູງສຸດ.
- ຫຼາຍກ່ວາ 80% ຂອງໂຄງການລົງທຶນໄດ້ຮັບການຕິດຕາມ ໂດຍແຜນງານທີ່ດິນ ເຊິ່ງໄດ້ຮັບຄະແນນດີຈາກລະບົບການໃຫ້ອັນດັບ ໂດຍອີງໃສ່ (a) ບົດແນະນຳທາງດ້ານກົດໝາຍ; (b) ຄວາມຍືນຍົງສາກົນ; (c) ການພັດທະນາແຫ່ງຊາດ.
- ອົງການຈີໄອແຊັດຍັງໄດ້ສະໜັບສະໜູນການພັດທະນາໂປຣແກຣມຖານຂໍ້ມູນກ່ຽວກັບທີ່ດິນ (the Lao LandReg) ເຊິ່ງໄດ້ຮັບການຮັບຮອງຢ່າງເປັນທາງການຈາກລັດຖະບານລາວ ເຊິ່ງຈະເປັນສູນກາງໂປຣແກຣມຖານຂໍ້ມູນກ່ຽວກັບທີ່ດິນໃນຕໍ່ໜ້າ.
ຈາກຜົນການສຶກສາຜົນກະທົບຂອງໂຄງການໃນປີ 2016 ໄດ້ສະແດງໃຫ້ເຫັນວ່າ ໃນບັນດາບ້ານທີ່ຖືກຄັດເລືອກສຳລັບການສຶກສາຜົນກະທົບໃນຄັ້ງນີ້, ຊາວບ້ານທີ່ຢູ່ໃນພື້ນທີ່ເປົ້າໝາຍກິດຈະກຳຂອງໂຄງການ ແມ່ນມີຄວາມຮັບຮູ້ກ່ຽວກັບສິດໃນທີ່ດິນຂອງເຂົາເຈົ້າຫຼາຍກ່ວາ ເມື່ອທຽບໃສ່ຊາວບ້ານທີ່ບໍ່ນອນໃນພື້ນທີ່ເປົ້າໝາຍກິດຈະກຳຂອງໂຄງການ. ຍິ່ງມີກິດຈະກຳຂອງໂຄງການຫຼາຍເທົ່າໃດ ຄວາມໝັ້ນໃຈຂອງຊາວບ້ານໃນການຮັບຮູ້ສິດນຳໃຊ້ທີ່ດິນຂອງເຂົາເຈົ້າກໍຍິ່ງຫຼາຍເທົ່ານັ້ນ.