ງານວາງສະແດງຂອງອົງການຈັດຕັ້ງສັງຄົມ ຢູ່ຫຼວງພະບາງສ້າງຜົນກະທົບທີ່ດີຕໍ່ຊຸມຊົມ

ໃນອາທິດທີ່ຜ່ານມາ ທີ່ນະຄອນຫຼວງພະບາງ, ງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມລາວພາກເໜືອໄດ້ສຳເລັດຢ່າງສົມບູນ, ເຊິ່ງໄດ້ມີອົງການຈັດຕັ້ງສັງຄົມ (CSOs) ຈໍານວນຫຼາຍ ໄດ້ນໍາສະເໜີຜົນງານ ແລະ ຜະລິດຕະພັນກ່ຽວກັບຜົນກະທົບດ້ານບວກທີ່ມີຕໍ່ຊຸມຊົນ.

ງານວາງສະແດງດັ່ງກ່າວໄດ້ມີຜູ້ເຂົ້າທ່ຽວຊົມຈຳນວນຫຼາຍ, ເຊິ່ງໄດ້ຮຽນຮູ້ເຖິງວຽກງານອົງການຈັດຕັ້ງສັງຄົມໃນການປະກອບສ່ວນໃນການພັດທະນາປະເທດລາວ. ຢູ່ໃນງານໄດ້​ມີ​ການ​ວາງສະ​ແດງສິນຄ້າທີ່ຫຼາກຫຼາຍ, ການສະ​ແດງ​ວັດທະນະທຳ, ຜະລິດ​ຕະພັນຈາກ​ຊຸມ​ຊົນ, ​ແລະ​ ການ​ສົນທະນາແລກປ່ຽນ​​​ກ່ຽວ​ກັບຫົວຂໍ້ຕ່າງໆເຊັ່ນວ່າ: ​ສຸຂະພາບ, ສິ່ງ​ແວດ​ລ້ອມ, ​ແລະ ​ການ​ພັດທະນາ​ຊຸມ​ຊົນ. ນອກນັ້ນ, ຜູ້ເຂົ້າທ່ຽວຊົມ ແລະ ນັກສຶກສາຍັງໄດ້ຮ່ວມກິດຈະກຳຖາມ-ຕອບ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານພັດທະນາຊຸມຊົນທີ່ກໍາລັງດໍາເນີນຢູ່. ️

ວຽກງານນີ້ແມ່ນໄດ້ຮັບການສະໜັບສະໜູນຈາກແຜນງານທີມເອີຣົບ "CEGGA II" ເຊິ່ງເປັນການສົ່ງເສີມການພັດທະນາແບບຍືນຍົງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໂດຍຜ່ານອົງການຈັດຕັ້ງສັງຄົມ. ໃນໄລຍະ 2 ນີ້, ແຜນງານ CEGGA II ໄດ້ມອບທຶນຂະໜາດນ້ອຍໃຫ້ແກ່ 23 ອົງການຈັດຕັ້ງສັງຄົມລາວ ເພື່ອຈັດຕັ້ງປະຕິບັດໂຄງການພັດທະນາຊຸມຊົນ. ແຜນງານດັ່ງກ່າວ​ໄດ້​ຮັບ​ທຶນ​ສະໜັບສະໜູນຈາກຄູ່ຮ່ວມງານທີມເອີຣົບ ເຊິ່ງປະກອບມີປະເທດສະ​ວິດ​ເຊີ​ແລນ, ເຢຍ​ລະ​ມັນ, ແລະ ​ສະ​ຫະ​ພາບ​ເອີ​ຣົບ, ແລະ​ ຈັດຕັ້ງ​ປະ​ຕິ​ບັດ​ໂດຍ GIZ.