ຮ່ວມກັນສ້າງຊຸມຊົນໃຫ້ເຂັ້ມແຂງກວ່າເກົ່າ!
ອົງການຈັດຕັ້ງສັງຄົມມີສ່ວນສຳຄັນໃນການສ້າງຄວາມປ່ຽນແປງທີ່ດີຢູ່ຊຸມຊົນໃນປະເທດລາວ. ເພື່ອເປັນການເສີມຂະຫຍາຍຄວາມພະຍາຍາມດັ່ງກ່າວ, ບັນດາຄູຮ່ວມງາມຈາກພາກລັດ, ອົງການຈັດຕັ້ງສັງຄົມ, ພະນັກງານທ້ອງຖິ່ນ, ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມພົບປະປະຈຳປີຂື້ນໃນອາທິດທີ່ຜ່ານມາ ທີ່ນະຄອນຫຼວງພະບາງ ເພື່ອທົບທວນຄວາມຄືບໜ້າຂອງວຽກງານທີ່ຜ່ານມາ ແລະ ແຜນການໃນອະນາຄົດ.
ກອງປະຊຸມດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງບັນດາຜົນສຳເລັດ ແລະ ບົດຮຽນ, ໂດຍສະເພາະວຽກງານ ແລະ ບົດບາດອັນສຳຄັນຂອງອົງການຈັດຕັ້ງສັງຄົມໃນການສ້າງຄວາມເຂັ້ມແຂງ ແລະ ພັດທະນາຊຸມຊົນ. ການພົບປະດັ່ງກ່າວຍັງໄດ້ສະເໜີໃຫ້ບັນດາອົງການຈັດຕັ້ງສັງຄົມຮ່ວມມືກັບບັນດາຄູ່ຮ່ວມງານຈາກພາກລັດ, ພິເສດແມ່ນສະພາປະຊາຊົນຂັ້ນແຂວງ, ເຊິ່ງເປັນອົງການລັດທີ່ໃກ້ຊິດໂດຍກົງກັບປະຊາຊົນ. ການເຮັດວຽກຮ່ວມກັນດັ່ງກ່າວແມ່ນເພື່ອສ້າງຜົນກະທົບທາງບວກໃຫ້ແກ່ປະຊາຊົນໃນຊຸມຊົນ.
ທ່ານ ບຸນສົມ ຄຸນມະນີ, ຄະນະປະຈຳພັກແຂວງ ແລະ ປະທານແນວລາວສ້າງຊາດແຂວງຫຼວງພະບາງ, ໄດ້ກ່າວວ່າ: “ອົງການຈັດຕັ້ງສັງຄົມລາວ ມີບົດບາດສຳຄັນໃນການສົ່ງເສີມວຽກງານຂອງລັດຖະບານຫຼາຍດ້ານ, ແລະ ຜົນກະທົບເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນອກນັ້ນ, ວຽກງານດັ່ງກ່າວກໍ່ຍັງໄດ້ຮັບຄວາມສົນໃຈຈາກອົງການພັດທະນາສາກົນຫຼາຍຂຶ້ນ.”
ສຳຫຼັບແຜນໃນອະນາຄົດແມ່ນ ທຸກຝ່າຍລ້ວນແຕ່ເຫັນດີທີ່ຈະຮ່ວມມືໃນຂອບເຂດຂະແໜງການຕ່າງໆເພື່ອສ້າງການປ່ຽນແປງໃຫ້ດີຂຶ້ນ. ວຽກງານດັ່ງກ່າວໄດ້ແມ່ນຮັບການສະໜັບສະໜູນຈາກແຜນ CEGGA II ເຊິ່ງເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການພັດທະນາປະເທດລາວ ໃນຂະນະດຽວກັນກໍ່ບໍ່ປະຖິ້ມໃຜໄວ້ທາງຫຼັງ. ແຜນງານ CEGGA II ໄດ້ຮັບທຶນສະນັບສະໜູນຈາກຄູ່ຮ່ວມງານຂອງທີມເອີຣົບ ເຊິ່ງປະກອບມີປະເທດສະວິດເຊີແລນ, ເຢຍລະມັນ, ແລະ ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ GIZ. ✨