ໂຄງການຮ່ວມມື ລາວ-ເຢຍລະມັນ ໄດ້ມອບອຸປະກອນຄອມພິວເຕີເພື່ອຊຸກຍູ້ສົ່ງເສີມຂະແຫນງການອາຊີວະສຶກສາໃນ ສປປ ລາວ

ໃນການຊຸກຍູ້ອັນສຳຄັນຕໍ່ກັບຂະແໜງການສຶກສາ ດ້ານ ອາຊີວະສຶກສາ (TVET), ຄອມພິວເຕີຕັ້ງໂຕະ 48 ໜ່ວຍ ແລະ ຄອມພິວເຕີພົກພາ 18 ໜ່ວຍ ໄດ້ຖືກມອບຢ່າງເປັນທາງການ ໃຫ້ແກ່ສະຖາບັນອາຊີວະສຶກສາ 9 ແຫ່ງ ທົ່ວປະເທດລາວ ໃນວັນທີ 25 ກຸມພາ 2025.

ການລິເລີ່ມນີ້ ເປັນສ່ວນໜຶ່ງຂອງໂຄງການຮ່ວມມື ລາວ-ເຢຍລະມັນ "ໂຄງການອາຊີວະສຶກສາ ໃນ ສປປ ລາວ ໄລຍະທີສາມ (VELA III)" ທີ່ຈັດຕັ້ງປະຕິບັດ ໂດຍ GIZ, ມີຈຸດປະສົງເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດກິດຈະກຳ ອາຊີວະສຶກສາແບບຄວບຄູ່ (DCT) ຂອງຄູອາຈານໃຫ້ດີຂຶ້ນ ແລະ ກຽມຄວາມພ້ອມ ນັກສຶກສາ ອາຊີວະສຶກສາ ໃຫ້ມີທັກສະດິຈິຕອນ ທີ່ຈຳເປັນເພື່ອກ້າວໄປເປັນແຮງງານທີ່ທັນສະໄໝ. ວິທະຍາໄລເຕັກນິກລາວ-ເຢຍລະມັນ, ວິທະຍາໄລເຕັກນິກປາກປາສັກ, ແລະ ໂຮງຮຽນວິຊາຊີບເຕັກນິກບໍລິຄຳໄຊ, ແລະ ອື່ນໆ, ໄດ້ເຂົ້າຮ່ວມພິທີ, ເຊິ່ງ ທ່ານ ຕິງຄຳ ສຸລິນທາ, ຮອງຫົວໜ້າອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ກໍໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ.

ຍ້ອນເຫັນຄວາມສຳຄັນ ຕໍ່ກັບສິ່ງທ້າທາຍ ຂອງສະຖາບັນອາຊີວະສຶກສາ ໃນການເຂົ້າເຖິງອຸປະກອນໄອທີ ທີ່ທັນສະໄໝ, ການມອບຮັບນີ້ມີຈຸດປະສົງ ເພື່ອຫຼຸດຜ່ອນຊ່ອງຫວ່າງທາງດິຈິຕອນ ແລະ ຮັບປະກັນວ່າ ນັກສຶກສາມີເຄື່ອງມືທີ່ຈຳເປັນ ເພື່ອອະນາຄົດທີ່ດີຂອງເຂົາເຈົ້າ. ເຊິ່ງໄດ້ມອບຄອມພິວເຕີໃຫ້ ໜ່ວຍງານປະສານງານ DCT, ເຊັ່ນດຽວກັນກັບຫ້ອງຄອມພິວເຕີຂອງສະຖາບັນ ເພື່ອຕຽມຄວາມພ້ອມສໍາລັບການຮຽນ-ການສອນແບບດິຈິຕອນ. ການຕິດຕັ້ງຄັ້ງນີ້ຈະຊ່ວຍໃຫ້ນັກຮຽນເຂົ້າເຖິງແຫຼ່ງຂໍ້ມູນ ແລະ ເຕັກໂນໂລຊີ ທີ່ໄດ້ມາດຕະຖານອຸດສາຫະກຳ. ຂະບວນການມອບຮັບຈະຍັງສືບຕໍ່ ສໍາລັບສະຖາບັນອາຊີວະສຶກສາ ທີ່ຍັງເຫຼືອອີກ 6 ແຫ່ງ ຢູ່ແຂວງຫຼວງນໍ້າທາ, ຫົວພັນ, ຊຽງຂວາງ, ຄໍາມ່ວນ, ສາລະວັນ, ແລະ ແຂວງອັດຕະປື.