ຈາກກິດຈະກຳໃນເວລາຫວ່າງສູ່ອາຊີບທີ່ສ້າງລາຍໄດ້: ແຮງບັນດາໃຈຈາກເລື່ອງຂອງແມ່ວັນດີ

ແມ່ວັນດີ, ອາຍຸ 61 ປີ, ໄດ້ປ່ຽນກິດຈະກຳທີ່ລາວມັກເປັນອາຊີບທີ່ສາມາດສ້າງລາຍໄດ້. ຈາກທີ່ເຄີຍເປັນພຽງສິ່ງທີ່ມັກເຮັດໃນເວລາຫວ່າງ, ປັດຈຸບັນການຕ່ຳຫູກໄດ້ກາຍເປັນແຫຼ່ງລາຍຮັບຫຼັກຂອງແມ່ວັນດີ, ເຊິ່ງສ່ວນໜຶ່ງແມ່ນມາຈາກການສະໜັບສະໜູນຂອງແຜນງານ CEGGA II. 

ແມ່ວັນດີ ມາຈາກບ້ານປ່າກ້ວຍ, ແຂວງ ສະຫວັນນະເຂດ. ແມ່ວັນດີໄດ້ໃຊ້ເວລາສ່ວນຫຼາຍໃນການເຮັດນາ ແລະ ຕ່ຳແຜ່ນແພພື້ນເມືອງ. ຢ່າງໃດກໍຕາມ, ການຕ່ຳຫູກເປັນພຽງແຕ່ສິ່ງທີ່ລາວມັກເຮັດໃນເວລາຫວ່າງ, ເຊິ່ງລາວມັກເຮັດຫຼັງຈາກແລ້ວວຽກໄຮ່ນາ. ລາວບໍ່ເຄີຍຄິດວ່າມັນຈະສາມາດເຮັດເປັນອາຊີບໄດ້. ​ແຕ່ເມື່ອອາຍຸຫຼາຍຂື້ນ​ ​ການ​ປູກຝັງເຮັດນາກໍ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຂຶ້ນ​, ແມ່ວັນດີຈຶ່ງ​ຕ້ອງຫາ​ວິທີ​ໃໝ່​ເພື່ອຫາ​ລ້ຽງ​ຕົວ​ເອງ. 

ການປ່ຽນແປງໄດ້ເກີດຂື້ນໃນຕົ້ນປີ 2024 ເມື່ອສະມາຄົມພັດທະນາຊຸມຊົນ (CoDA) ໄດ້ຮັບທຶນຂະໜາດນ້ອຍຈາກແຜນງານ CEGGA II ເພື່ອຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ. ຫນຶ່ງໃນກິດຈະກໍາຫຼັກຂອງໂຄງການແມ່ນການສົ່ງເສີມວຽກງານຕ່ຳຫູກພື້ນເມືອງໃນບ້ານປ່າກ້ວຍ. ​ໂຄງການ​ດັ່ງກ່າວ​ໄດ້​ສະໜອງ​ອຸປະກອນ​ຖັກ​ແສ່ວ​ໃໝ່​ໃຫ້​ແກ່ແມ່ວັນດີ ​ແລະ ​ເຊື່ອມ​ຕໍ່​ກັບ​ກຸ່ມ​ຕ່ຳຫູກ​​ທ້ອງ​ຖິ່ນ, ​ເຊິ່ງໄດ້ເປິດປະຕູສູ່​ໂອກາດ​ໃໝ່ໆ. 

ດ້ວຍ​ການ​ຊ່ວຍເຫຼືອນີ້, ແມ່ວັນດີ ​ແລະ ກຸ່ມ​ຕ່ຳຫູກໄດ້​ເລີ່​ມ​ເຊື່ອມ​ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ ແລະ ທຸລະກິດ​ທ້ອງ​ຖິ່ນ, ເຊິ່ງໄດ້​ເປີດ​ການ​ເຂົ້າ​ເຖິງຕະຫຼາດຫຼາຍຂື້ນ. ປະຈຸບັນ, ແຜ່ນແພຂອງເຂົາເຈົ້າໄດ້ວາງຂາຍຢູ່ຕະຫຼາດໃນແຂວງສະຫວັນນະເຂດ ແລະ ສາມາດດຶງດູດລູກຄ້າຫຼາຍກວ່າແຕ່ກ່ອນ. ແມ່ວັນດີກ່າວວ່າ: "ຂ້ອຍບໍ່ເຄີຍເຊື່ອວ່າການຕ່ຳຫູກສາມາດເຮັດເປັນລາຍຮັບຫຼັກໄດ້. ການຊ່ວຍເຫຼືອນີ້ໄດ້ປ່ຽນແປງຊີວິດຂອງຂ້ອຍ. ຕອນນີ້ຂ້ອຍສາມາດຫາເງິນ ແລະ ມີວຽກເຮັດ, ໃນຂະນະດຽວກັນກໍ່ຮັກສາວັດທະນະທໍາຂອງພວກເຮົາ ແລະ ແບ່ງປັນໃຫ້ກັບຄົນອື່ນ." ແມ່ວັນດີຍັງໄດ້ໃຫ້ກຳລັງໃຈຜູ້ອື່ນບໍ່ໃຫ້ຍອມແພ້, ແລະ ບອກວ່າມັນບໍ່ເຄີຍຊ້າເກີນໄປທີ່ຈະເລີ່ມເຮັດສິ່ງໃຫມ່ໆ. 

ແມ່ວັນດີແມ່ນພຽງແຕ່ຫນຶ່ງໃນຫຼາຍໆຄົນທີ່ໄດ້ຮັບຜົນປະໂຫຍດຈາກແຜນງານ CEGGA II. ໃນ​ໄລ​ຍະ​ II ນີ້​, ແຜນງານດັ່ງກ່າວໄດ້​ມອບທຶນ​ຂະ​ຫນາດ​ນ້ອຍ​ໃຫ້​ແກ່ 23 ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​​, ລວມ​ທັງ ສະມາຄົມພັດທະນາຊຸມຊົນ (CoDA)​, ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຊຸມ​ຊົນ​​. ແຜນງານ CEGGA II ໄດ້ຮັບທຶນສະໜັບສະໜູນຈາກຄູ່ຮ່ວມງານທີມເອີຣົບ ເຊິ່ງປະກອບມີ: ປະເທດສະວິດເຊີແລນ, ເຢຍລະມັນ, ສະຫະພາບເອີຣົບ, ແລະ ຈັດຕັ້ງປະຕິບັດໂດຍ GIZ.