ຮັບປະກັນສິດການຄອບຄອງນໍາໃຊ້ທີ່ດິນໃນທີ່ດິນປ່າໄມ້ ສປປ ລາວ
ການຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ ໄລະ 4
-
Client
ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງສະຫະພັນເຢຍລະມັນ (BMZ)
-
Co-financier
ອົງການເພື່ອການພັດທະນາ ແລະ ການຮ່ວມມືສະວິດເຊີແລນ (SDC)
-
Country
-
Political sponsors
More
-
Runtime
2025 ຫາ 2027
-
Involved
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້
-
Products and expertise
ການພັດທະນາຊົນນະບົດ
ຄວາມເປັນມາ
ສປປ ລາວ ພວມປະເຊີນໜ້າກັບຄວາມທ້າທາຍ ກ່ຽວກັບສິດຕໍ່ທີ່ດິນ ແລະ ປ່າໄມ້. ທ້ອງຖິ່ນໃນຊົນນະບົດຫຼາຍໆແຫ່ງ ຫຼາຍກວ່າ 3,000 ແມ່ນອາໄສຢູ່ໃນທີ່ດິນປ່າໄມ້ ໂດຍບໍ່ມີເອກະສານສິດໃດໆຕໍ່ກັບການນໍາໃຊ້ທີ່ດິນຂອງພວກເຂົາ. ການຮັບຮູ້ສິດທີ່ດິນໃນຂອບເຂດຈໍາກັດໄດ້ສົ່ງຜົນເຮັດໃຫ້ ມີການຈັບຈ່ອງດິນ, ຂໍ້ຂັດແຍ່ງ, ບຸກລຸກນໍາໃຊ້ຊັບພະຍາກອນທໍາມະຊາດຂະຫຍາຍເປັນວົງກວ້າງ. ນອກຈາກນັ້ນ, ຂາດການຄຸ້ມຄອງສິດທີ່ນໍາໃຊ້ທີ່ດິນທີ່ເປັນລະບົບຄົບຊຸດ ເຮັດໃຫ້ການຄຸ້ມຄອງປ່າໄມ້ບໍ່ມີປະສິດທິຜົນ, ການຕັດໄມ້ທໍາລາຍປ່າ, ຜົນກະທົບຕໍ່ຊີວະນາໆພັນ ແລະ ການດໍາລົງຊີວິດທໍາມາຫາກິນຂອງປະຊາຊົນ.
ບັນຫາເຫຼົ່ານີ້ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບເຈົ້າຂອງສິດນໍາໃຊ້ທີ່ດິນ ແລະ ຜູ້ນຳໃຊ້ປ່າໄມ້, ໂດຍສະເພາະແມ່ນ ແມ່ຍິງ ແລະ ຊົນເຜົ່າກຸ່ມນ້ອຍ ທີ່ປະເຊີນໜ້າກັບອຸປະສັກໃນການຮັບປະກັນສິດໃນການຄອບຄອງນໍາໃຊ້ທີ່ດິນ. ຖ້າຫາກວ່າບໍ່ມີການແກ້ບັນຫາດັ່ງກ່າວ, ການຕັດໄມ້ທຳລາຍປ່າ ແລະ ຂໍ້ຂັດແຍ່ງກ່ຽວກັບທີ່ດິນຈະສືບຕໍ່ເປັນອຸປະສັກຕໍ່ການພັດທະນາຊົນນະບົດ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ຈຸດປະສົງ
ໄດ້ຮັບປະກັນສິດໃນການຄອບຄອງນໍາໃຊ້ທີ່ດິນຂອງປະຊາຊົນ ແລະ ຜູ້ນຳໃຊ້ປ່າໄມ້ເພີ່ມຂື້ນ, ໃນຂະນະດຽວກັນ ການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນໄດ້ດີຂຶ້ນກວ່າເກົ່າ ຜ່ານຂະບວນການຄຸ້ມຄອງທີ່ດິນແບບປະສົມປະສານ.
ເປົ້າໝາຍ
ໂຄງການ LMDP ແນ່ໃສ່ 3 ຈຸດສຸມຫຼັກ:
- ການຊຸກຍູ້ຈັດຕັ້ງປະຕິບັດການຄຸ້ມຄອງທີ່ດິນແບບປະສົມປະສານ: ສຸມກໍາລັງສະໜັບສະໜູນໃນການປົກປັກຮັກສາສິດໃນການຄອບຄອງນໍາໃຊ້ທີ່ດິນ, ປ່າໄມ້, ແລະ ຊີວະນາໆພັນ ຢູ່ແຂວງ ໄຊຍະບູລີ ແລະ ແຂວງ ຫົວພັນ, ພ້ອມທັງສົ່ງເສີມນຳໃຊ້ທີ່ດິນຢ່າງມີຄວາມຮັບຜິດຊອບຂອງປະຊາຊົນ ແລະ ພາກສ່ວນລັດ.
- ການປັບປຸງນິຕິກໍາກ່ຽວກັບສິດໃນການຄອບຄອງນໍາໃຊ້ທີ່ດິນ: ໃຫ້ຄວາມສໍາຄັນເປັນພິເສດຕໍ່ສິດທີ່ດິນຂອງແມ່ຍິງ ແລະ ການມີສ່ວນຮ່ວມຂອງອົງການຈັດຕັ້ງສັງຄົມ ໂດຍຜ່ານກອງປະຊຸມປຶກສາຫາລື ແລະ ການປະສານງານງຫຼາຍພາກສ່ວນ.
- ຍົການກລະດັບລະບົບການຄຸ້ມຄອງຂໍ້ມູນຂ່າວສານທີ່ດິນແບບທັນສະໄໝ: ປັບປຸງເຄື່ອງມືຕ່າງໆເຊັ່ນ: ລະບົບຂໍ້ມູນການນໍາໃຊ້ທີ່ດິນ (LUIS) ແລະ ລະບົບຖານຂໍ້ມູນແຜນທີ່ຕາດິນ LaoLandReg ສົ່ງເສີມນໍາໃຊ້ຂ້ໍ້ມູນຢ່າງມີປະສິດທິພາບ ເຂົ້າໃນຂະວນການຕັດສິນໃຈຂອງຄະນະຮັບຜິດຊອບວຽກງານຄຸ້ມຄອງທີ່ດິນ ແລະ ປ່າໄມ້.
ລົງວັນທີ: ກຸມພາ 2025