ທຶນຂະໜາດນ້ອຍຂອງແຜນງານ CEGGA ຊ່ວຍສານຝັນໃຫ້ແມ່ຍິງເຜົ່າມົ້ງສາມາດມີຮ້ານຕັດຫຍິບເປັນຂອງຕົນເອງ

ທຶນຂະໜາດນ້ອຍ ຈາກແຜນງານ CEGGA, ສະຫນັບສະຫນູນໂດຍແຜນງານທີມເອີຣົບ, ໄດ້ຊ່ວຍໃຫ້ຄວາມຝັນຂອງ ນາງ ຊູລີ ກາຍເປັນຈິງ. ຊູລີ, ເດັກຍິງຊົນເຜົ່າມົ້ງ ອາຍຸ 23ປີ ຈາກທີ່ເຄີຍເປັນແມ່ເຮືອນ, ປະຈຸບັນໄດ້ກາຍເປັນເຈົ້າຂອງຮ້ານຕັດຫຍິບ ທີ່ເປັນແຫລ່ງລາຍຮັບທີ່ສຳຄັນຂອງຄອບຄົວ.

ຊູລີມາຈາກໝູ່ບ້ານນ້ອຍໆໃນແຂວງຫລວງພະບາງ ແລະ ເຄີຍມີຄວາມຝັນວ່າຢາກເຮັດອັນໃດອັນໜຶ່ງທີ່ມີຄວາມຫມາຍໃຫ້ແກ່ຄອບຄົວ ແລະ ຊຸມຊົນ. ຫລາຍປີທີ່ຜ່ານມາ, ລາວເຮັດແຕ່ວຽກເຮືອນ, ເຮັດໄຮ່, ແລະ ເບິ່ງແຍ່ງລູກ 2 ຄົນຢູ່ເຮືອນ. ແຕ່ສິ່ງເຫຼົ່ານີ້ໄດ້ປ່ຽນໄປໃນເດືອນພຶດສະພາ 2024 ທີ່ຜ່ານມາ, ຊູລີ ໄດ້ຮັບການຄັດເລືອກເຂົ້າຮ່ວມຫຼັກສູດຝຶກອົບຮົມຕັດຫຍິບສາມເດືອນທີ່ຈັດຂື້ນໂດຍສະມາຄົມຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ (AMA), ທີ່ໄດ້ຮັບທຶນຂະຫນາດນ້ອຍຈາກແຜນງານ CEGGA.

ໃນຊ່ວງເວລາການຝຶກຮົບຮົມ, ຊູລີ ບໍ່ພຽງແຕ່ໄດ້ຮຽນຮູ້ທັກສະການຕັດຫຍິບ ແລະ ການອອກແບບເທົ່ານັ້ນ, ແຕ່ຍັງຄົ້ນພົບຄວາມມັກຮັກໃນການອະນຸລັກຮັກສາມໍລະດົກວັດທະນະທຳຂອງເຜົ່າມົ້ງໂດຍຜ່ານການຕ່ຳແຜ່ນແພພື້ນເມືອງ. ດ້ວຍການສະໜັບສະໜູນຈາກຄອບຄົວ ແລະ ກໍາລັງໃຈຈາກຄູຝຶກ, ຊູລີກໍໄດ້ເປີດຮ້ານຕັດຫຍິບໃນເຮືອນຂອງຕົນໃນເດືອນ/ສິງຫາ 2024 ທີ່ຜ່ານມາ.

ນັບແຕ່ນັ້ນມາ, ຊູລີໄດ້ຕັດເຄື່ອງນຸ່ງພື້ນເມືອງຕ່າງໆທີ່ສະແດງເຖິງວັດທະນະທໍາ ແລະ ມູນມໍລະດົກຂອງຊົນເຜົ່າມົ້ງ. ຊູລີໄດ້ກ່າວດ້ວຍຮອຍຍິ້ມວ່າ: "ຂ້ອຍບໍ່ເຄີຍຄິດວ່າຂ້ອຍຈະສາມາດເຮັດໄດ້. ຂໍຂອບໃຈສຳລັບການຝຶກອົບຮົມ ແລະ ການຊ່ວຍເຫຼືອຈາກຄອບຄົວຂອງຂ້ອຍ, ຕອນນີ້ຂ້ອຍສາມາດຊ່ວຍຜົວໃນການຫາລາຍໄດ້ເຂົ້າຄອບຄົວ ແລະ ຍັງສາມາດຮັກສາຊຸດຊົນເຜົ່າມົ້ງໃຫ້ຄົງຢູ່."

ຮ້ານຕັດຫຍິບຂອງຊູລີໄດ້ກາຍເປັນໜຶ່ງໃນລາຍຮັບທີ່ສຳຄັນຂອງຄອບຄົວ, ເຊິ່ງຊ່ວຍໃນການລ້ຽງລູກສອງຄົນ. ເຖິງແມ່ນວ່າຊູລີຍັງໃໝ່ໃນຂະແໜງການຕັດຫຍິບກໍ່ຕາມ, ແຕ່ລາວມີຄວາມຕັ້ງໃຈໃນການຮັກສາສິລະປະຫັດຖະກຳຂອງເຜົ່າມົ້ງ ແລະ ເປັນແຮງບັນດານໃຈໃຫ້ແມ່ຍິງຄົນອື່ນໆໃນຊຸມຊົນໃນການເຮັດຕາມຄວາມຝັນຂອງຕົນເອງ.

ເລື່ອງລາວຂອງຊູລີເປັນພຽງຕົວຢ່າງໜຶ່ງຂອງແຜນງານ CEGGA ໃນການຊຸກຍູ້ການພັດທະນາແບບມີສ່ວນຮ່ວມໃນປະເທດລາວ. ແຜນງານ CEGGA ໄດ້ສະຫນັບສະຫນູນ 23 ອົງການຈັດຕັ້ງສັງຄົມ (ລວມທັງ ສະມາຄົມ AMA) ໂດຍຜ່ານທຶນຂະຫນາດນ້ອຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ. ແຜນງານ CEGGA ແມ່ນໄດ້ຮັບທຶນສະໜັບສະໜູນຈາກລັດຖະບານປະເທດສະວິດເຊີແລນ, ເຢຍລະມັນ, ແລະ ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ GIZ.