ສ້າງຄວາມເຂັ້ມແຂງໃນການປົກປ້ອງແມ່ຍິງ ແລະ ເດັກນ້ອຍໃນລາວ

ໃນວັນທີ 20-21 ພະຈິກທີ່ຜ່ານມາ ທີ່ນະຄອນຫຼວງພະບາງ, ຄູ່ຮ່ວມງານພາກລັດ, ຜູ້ຊ່ຽວຊານດ້ານບົດບາດຍິງ-ຊາຍ, ທະນາຍຄວາມ ແລະ ຕາງຫນ້າຈາກອົງການຈັດຕັ້ງສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ເພື່ອສົ່ງເສີມວຽກງານການປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ, ແລະ ແກ້ໄຂບັນຫາການຄ້າມະນຸດໃນ ສປປ ລາວ. ກອງປະຊຸມຄັ້ງນີ້ໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນໃນການເສີມສ້າງຂີດສາມາດໃນການຕິດຕາມ, ເກັບກຳຂໍ້ມູນ ແລະ ປັບປຸງມາດຕະການຕ້ານການຄ້າມະນຸດໃຫ້ດີຂື້ນກ່ວາເກົ່າ.

ທ່ານ ນາງ ຄຳຫຼ້າ ຄຳພາວົງ, ເຊິ່ງເປັນຕົວແທນທະນາຍຄວາມ, ກ່າວວ່າ, “ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍບໍ່ແມ່ນພຽງແຕ່ຄວາມຮຸນແຮງທາງດ້ານຮ່າງກາຍ; ມັນສາມາດເປັນຄໍາເວົ້າ ຫຼື ການກະທໍາອື່ນໆທີ່ລະເມີດສິດທິຂອງເຂົາເຈົ້າ. ພວກເຮົາຕ້ອງຕໍ່ຕ້ານການໃຊ້ຄວາມຮຸນແຮງທຸກຮູບແບບ ເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍ.”

ກອງປະຊຸມສຳມະນາຄັ້ງນີ້ຈັດຂຶ້ນໂດຍສະພາປະຊາຊົນຂັ້ນແຂວງຫຼວງພະບາງ, ໂດຍໄດ້ຮັບການສະໜັບສະໜູນຈາກແຜນງານ CEGGA II ຮ່ວມກັບ Helvetas Laos, ແລະໄດ້ຮັບທຶນຈາກປະເທດສະວິດເຊີແລນ, ເຢຍລະມັນ, ແລະ ສະຫະພາບເອີຣົບ.