ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງສັງຄົມເພື່ອສ້າງຜົນກະທົບໃນຊຸມຊົນ!

ອົງການຈັດຕັ້ງທາງສັງຄົມລາວແນ່ໃສ່ການສ້າງຜົນປະໂຫຍດໂດຍຜ່ານສື່ສັງຄົມອອນລາຍໃນ ເດືອນກຸມພາ ທີ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າ​ຈາກສະມາຄົມຫຼາຍພາກສ່ວນ​ໄດ້​ພົບ​ປະກັນ​ເປັນ​ເວລາ​ສອງ​ມື້​​ເພື່ອ​ພັດທະນາການນໍາໃຊ້ສື່ສັງຄົມອອນລາຍ. ໃນງານດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີການຍົກລະດັບທັກສະການນໍາໃຊ້ສື່ສັງຄົມທີ່ສະມາຄົມມີຢູ່, ໂດຍເນັ້ນຫນັກການອອກແບບຜ່ານໂປຣແກມ Canva, ການຕັດຕໍ່ວິດີໂອ, ແລະ ການເລົ່າເລື່ອງກ່ຽວກັບວຽກງານຂອງຕົນທີ່ໄົດ້ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ. ✍️

ທ່ານ ຈັນສຸກ ສີສຸວັນ, ຜູ້ຕາງຫນ້າຈາກສະມາຄົມພັດທະນາ ແລະ ສົ່ງເສີມອາຊີບຄົນພິການຕາໃນປະເທດລາວ (VDBA) ໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ຮຽນຮູ້ທັກສະຫຼາຍຢ່າງຈາກກອງປະຊຸມດັ່ງກ່າວນີ້, ເຊິ່ງມີຄວາມຈຳເປັນຫຼາຍໃນການສົ່ງເສີມການເຄື່ອນໄຫວ ແລະ ປັບປຸງແຜນການນໍາໃຊ້ສື່ສັງຄົມອອນລາຍຂອງສະມາຄົມພວກເຮົາໃຫ້ມີປະສິດທິພາບ. ໃນປັດຈຸບັນນີ້, ພວກເຮົາກໍາລັງສ້າງເນື້ອຫາທີ່ໜ້າສົນໃຈເພື່ອເຂົ້າເຖິງຜູ້ອ່ານ ຫລື ຜູ້ຊົມເປົ້າຫມາຍ, ໂດຍສະເພາະແມ່ນຜູ້ໃຫ້ທຶນ, ຜູ້ໄດ້ຮັບຜົນປະໂຫຍດ, ແລະ ຊຸມຊົນ. ພວກເຮົາຢາກສະແດງໃຫ້ເຫັນວ່າວຽກງານຊ່ວຍເຫຼືອຄົນພິການເປັນວຽກທີ່ສໍາຄັນຫຼາຍ." ❤️

ກອງປະຊຸມຝຶກອົບຮົມຄັ້ງນີ້ແມ່ນຈັດຂື້ນໂດຍອົງການ Helvetas ປະຈໍາ ສປປ ລາວ, ພາຍໃຕ້ການສະຫນັບສະຫນູນໂດຍແຜນງານ CEGGA II ເພື່ອສ້າງຄວາມເຂັ້ມແຂງໃຫ້ສະມາຄົມ ແລະ ເພື່ອສົ່ງເສີມການພັດທະນາແບບສ່ວນຮ່ວມໃນປະເທດລາວ. ແຜນງານ​ດັ່ງ​ກ່າວ​ໄດ້​ຮັບ​ທຶນສະໜັບສະໜູນໂດຍປະເທດ​ສະ​ວິດ​ເຊີ​ແລນ, ເຢຍ​ລະ​ມັນ, ແລະ ສະຫະພາບເອີຣົບ, ເຊິ່ງຈັດຕັ້ງ​ປະ​ຕິ​ບັດ​ໂດຍອົງການ GIZ.