ເພີ່ມຄວາມໂປ່ງໃສເຂົ້າໃນການຮ່າງກົດໝາຍວ່າດ້ວຍການປົກຄອງໃຫມ່

ໃນວັນທີ 6 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ກະຊວງພາຍໃນ ໄດ້ຈັດກອງປະຊຸມສຳມະນາເພື່ອປືກສາຫາລື ແລະ ແລກປ່ຽນດ້ານວິຊາການກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍການປົກຄອງສະບັບທີ 10, ເຊິ່ງກອງປະຊຸມດັ່ງກ່າວໄດ້ຮັບການສະຫນັບສະຫນູນຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດຫມາຍ ໄລຍະ II (CEGGA II).
ກອງປະຊຸມດັ່ງກ່າວໄດ້ຮັບກຽດການເຂົ້າຮ່ວມໂດຍ ບັນດາກະຊວງ, ໜ່ວຍງານເພື່ອພັດທະນາ, ອົງການຈັດຕັ້ງສັງຄົມ, ສະຖາບັນການທະນາຄານ ແລະ ບັນດາສະຖານບັນການສຶກສາ. ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ໂຄງປະກອບຂອງຮ່າງກົດໝາຍ, ລວມທັງສຶກສາແນວທາງປະຕິບັດທີ່ດີທີ່ສຸດຈາກປະເທດອື່ນ, ພ້ອມທັງຍົກໃຫ້ເຫັນບັນດາສິ່ງທ້າທາຍທີ່ເປັນລັກສະນະສະເພາະທີ່ປະເທດລາວປະເຊີນຢູ່ກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກຄອງ.
ພະນະທ່ານ ນິສິດ ແກ້ວປັນຍາ, ຮອງລັດຖະມົນຕີກະຊວງພາຍໃນ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມໂປ່ງໃສໃນວຽກງານການປົກຄອງ, ທ່ານໄດ້ກ່າວວ່າ, "ກົດໝາຍວ່າດ້ວຍການປົກຄອງສະບັບໃໝ່ຈະຊ່ວຍເພີ່ມຄວາມໂປ່ງໃສ ເຊິ່ງເປັນບາດກ້າວອັນສຳຄັນໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ."
ດຣ. ເບຍກິດ ກຣູນມານ, ຜູ້ຊ່ຽວຊານສາກົນ ແລະ ອະດີດຮອງລັດຖະມົນຕີກະຊວງຍຸຕິທໍາຂອງປະເທດເຢຍລະມັນ, ຍັງໄດ້ແບ່ງປັນຂໍ້ມູນເຊິ່ງເລິກ, ໂດຍການປຽບທຽບໃສ່ກັບກົດຫມາຍວ່າດ້ວຍການປົກຄອງຂອງປະເທດເຢຍລະມັນ. ທ່ານເບຍກິດຍັງໄດ້ຍ້ອງຍໍຄຸນນະພາບຂອງຮ່າງກົດໝາຍລາວ ແລະ ເນັ້ນໜັກວ່າ ລະບຽບການປົກຄອງທີ່ຊັດເຈນຈະຊ່ວຍເພີ່ມຄວາມໜ້າເຊື່ອຖືໃຫ້ນັກລົງທຶນໂດຍການສ້າງກົດໝາຍທີ່ໝັ້ນຄົງ.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກປະເທດສະວິດເຊີແລນ, ເຢຍລະມັນ ແລະ ສະຫະພາບເອີຣົບໂດຍຜ່ານ ແຜນງານ CEGGA ໄລຍະ 2.