ຮ່ວມມືກັນເພື່ອການປົກຄອງທີ່ດີ ໃນ ສປປ ລາວ
ແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA ໄລຍະ II) ໃນ ສປປ ລາວ.
-
Client
ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງສະຫະພັນເຢຍລະມັນ (BMZ)
-
Co-financier
ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ (SDC), ສະຫະພາບເອີຣົບ (EU)
-
Country
-
Political sponsors
More
-
Runtime
2022-2025
-
Involved
ກະຊວງຍຸຕິທຳ, ສະພາແຫ່ງຊາດ, ແຂວງຄໍາມ່ວນ ແລະ ແຂວງຫຼວງພະບາງ (ຫ້ອງວ່າການປົກຄອງແຂວງ; ພະແນກພາຍໃນ ແລະ ພະແນກຍຸຕິທໍາແຂວງ; ສະພາປະຊາຊົນແຂວງ), ຄະນະກຳມະການປະສານງານອົງການຈັດຕັ້ງທາງສັງຄົມລາວ, ອົງການຊ່ວຍເຫຼືອທາງດ້ານການສຶກສາກົດໝາຍໃຫ້ແກ່ຊຸມຊົນຂອງບັນດາປະເທດໃນອາຊີຕາເວັນອອກສຽງໃຕ້(BABSEACLE), ອົງການ Cord, ອົງການ Helvetas ແລະ ມູນນິທິເວສມິນສເຕີ (WFD).
-
Products and expertise
ການປົກຄອງ ແລະ ປະຊາທິປະໄຕ

ຄວາມເປັນມາ
ລັດຖະບານແຫ່ງ ສປປ ລາວ ໄດ້ສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທີ່ດີ, ໂດຍແນໃສ່ ການສ້າງທີ່ປົກຄອງດ້ວຍກົດໝາຍ ແລະ ຫຼັກປະຊາທິປະໄຕ. ອີງໃສ່ການປັບປຸງລັດຖະທຳມະນູນ, ການສ້າງກົດໝາຍໃໝ່ ແລະ ດຳລັດຕ່າງໆ ເພື່ອເຮັດໃຫ້ປະຊາຊົນ ແລະ ອົງການຈັດຕັ້ງສັງຄົມ ໃນການພັດທະນາການພົບພັນກັບພາກລັດ. ພ້ອມດ່ຽວກັນນັ້ນ, ສະມາຊິກສະພາ ແລະ ພະນັກງານລັດທະກອນໄດ້ຮັບຮູ້ເຖິງບົດບາດ ແລະ ນຳເອົາປະຊາຊົນໃນການພັດທະນາແບບມີສ່ວນຮ່ວມ ແລະ ໄລຍະຍາວຢ່າງມີປະສິດທິພາບ.
ແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ສ້າງລັດທີ່ປົກຄອງດ້ວຍກົດໝາຍ(CEGGA)ມີບົດບາດທີ່ສຳຄັນໃນຄວາມພະຍາຍາມດັ່ງກ່າວ. ແຜນງານ CEGGA ແນ່ໃສ່ການເພີ່ມທະວີການປົກຄອງທີ່ດີ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນ ສປປ ລາວ.
ຈຸດປະສົງ
ການພົວພັນພາຍໃນລັດ-ປະຊາຊົນ ໄດ້ຮັບການສົ່ງເສີມເພື່ອການພັດທະນາປະເທດຊາດແບບມີສ່ວນຮ່ວມ ແລະ ໄລຍະຍາວໃນ ສປປ ລາວ.
ເປົ້າໝາຍ
ແຜນງານ CEGGA ບັນລຸເປົ້າໝາຍດັ່ງນີ້:
-
ສົ່ງເສີມການພົວພັນລະຫວ່າງອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງລັດ ໂດຍການສະໜັບສະໜູນບັນດາອົງການຈັດຕັ້ງສັງຄົມເປັນຄູ່ຮ່ວມງານໃນການພັດທະນາ, ໂດຍການນຳໃຊ້ເຄືອງມືດິຈິຕອລ ຊ່ວຍໃນຂະບວນການລົງທະບຽນສະມາຄົມໃຫ້ດີຍິ່ງຂື້ນ ແລະ ໃຫ້ການສະໜັບສະໜູນອົງການຈັດຕັ້ງສັງຄົມໃນການເຮັດວຽກກັບຂັ້ນຊຸມຊົນໃຫ້ມີປະສິດທິພາບ.
-
ສົ່ງເສີມຂະບວນການມີສ່ວນຮ່ວມຂອງປະຊາຊົນໃນວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍອຳນວຍຄວາມສະດວກເຄື່ອງມືການມີສ່ວນຮ່ວມຂອງປະຊາຊົນ ທີ່ຕິດພັນກັບບົດບາດຍິງ-ຊາຍ ລວມໄປເຖີງການນຳໃຊ້ເຄື່ອງມືດິຈິຕອລໃນວຽກງານດັ່ງກ່າວ. ພ້ອມທັງສ້າງຄວາມເຂັມແຂງແກ່ກົນໄກສະໜອງຂໍ້ມູນຄວາມຕ້ອງການໃນຫົວຂໍ້ທີ່ເນັ້ນໃສ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມ, ການປົກປັກຮັກສາ ສິ່ງແວດລ້ອມ ແລະ ສິດທິຂອງກຸ່ມຜູ້ດ້ອຍໂອກາດ.
-
ສ້າງຄວາມເຂັ້ມແຂງການເຂົ້າເຖິງຂະບວນການຄວາມຍຸຕິທຳໃຫ້ແກ່ປະຊາຊົນ ເຊິ່ງໄດ້ສົ່ງເສີມວຽກງາານການເຂົ້າເຖິງຄວາມຍຸຕິທໍາ, ກຳນົດຍຸດຖະສາດເພື່ອເຂົ້າເຖິງແມ່ຍິງ ແລະ ກຸ່ມຜູ້ດ້ອຍໂອກາດ. ນອກຈາກນີ້ແຜນງານ CEGGA ຍັງໄດ້ສົ່ງເສີມວຽກງານການສຶກສາທາງດ້ານກົດໝາຍແບບຄລີນິກເພື່ອເຮັດໃຫ້ປະຊາຊົນໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍໄດ້ດີຍິ່ງຂື້ນ ແລະ ປະກອບສ່ວນປັບປຸງວຽກງານການປູກຈິດສຳນຶກກ່ຽວກັບຫຼັກການສ້າງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດວຽກປົກຄອງ.

ລົງວັນທີ: ເດືອນເມສາ 2024