ກອງປະຊຸມແລກປ່ຽນຄັ້ງທຳອິດລະຫວ່າງສະພາປະຊາຊົນແຂວງຄຳມ່ວນ-ແຂວງຫຼວງພະບາງ, ແລະ ບັນດາອົງການຈັດຕັ້ງສັງຄົມລາວ

ວັນ​ທີ 03 ​ເມສາ 2024, ກອງ​ປະຊຸມ​ແລກປ່ຽນ​ຄັ້ງ​ທຳ​ອິດ​ ໄດ້ສ້າງ​ຂີດ​ໝາຍອັນ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການ​ແລກປ່ຽນ​ລະຫວ່າງ​ສະພາ​ປະຊາຊົນ​ຂັ້ນ​ແຂວງ(ສພຂ) ​ແລະ ບັນດາ​ອົງການ​ຈັດຕັ້ງສັງຄົມ​ລາວຂັ້ນ​ທ້ອງ​ຖິ່ນ. ເປັນເວທີເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສະພາ​ປະຊາຊົນ​ຂັ້ນ​ແຂວງ ແລະ ບັນດາ​ອົງການຈັດຕັ້ງ​ສັງຄົມ​, ໂດຍເນັ້ນໃສ່ການຊຸກຍູ້ສົ່ງເສີມວຽກງານດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການຮັກສາສິ່ງແວດລ້ອມເຊິ່ງເປັນໜຶ່ງບູລິມະສິດຫຼັກໃນການສະໜັບສະໜູນເປົ້າໝາຍການພັດທະນາຂອງ ສປປ ລາວ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ແຜນງານ CEGGA II ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງຈຸດປະສົງຂອງ​ແຜນງານ​ ເພື່ອ​ເພີ່ມທະວີ​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ກັບ​ພາກລັດ​ເພື່ອ​ການ​ພັດທະນາ​ແບບ​ມີສ່ວນຮ່ວມ ແລະ ຍືນ​ຍົງ​.

ໃນກອງປະຊຸມຄັ້ງນີ້, ທ່ານ ສົມພອນ ສີອຸດົມພັນ, ຮອງປະທານ ສພຂ ແຂວງຫຼວງພະບາງ ແລະ ທ່ານ ບົວພັນ ແສງຈັນ ຮອງປະທານ ສພຂ ແຂວງຄໍາມ່ວນ ໄດ້ເນັ້ນໜັກເຖິງການຮັບຮູ້ບົດບາດຂອງອົງການຈັດຕັ້ງສັງຄົມທີລະບຸໄວ້ໃນລັດຖະທຳມະນູນ ​ແລະ ໄດ້​ຍົກ​ໃຫ້​ເຫັນ​ວ່າ ບັນດາອົງການຈັດຕັ້ງສັງຄົມຄວນ​​ມີການປະກອບສ່ວນ​ໃນ​ການ​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ຮ່າງ​ກົດໝາຍ ​ແລະ ​ໄດ້​ປະກອບສ່ວນຢ່າງຕັ້ງໜ້າ ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ອນ​ຮ່າງ​ກົດໝາຍ​ຈະ​ໄດ້​ຮັບ​ຮອງ. ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​​ປຶກສາ​ຫາລືຢ່າງກົງໄປກົງມາ ແລະ ຊຸກຍູ້​ການເພີ່ມ​ທະວີ​ການ​ປະສານ​ງານ​ລະຫວ່າງ ສະພາປະຊົນຂັ້ນແຂວງ, ສະພາ​ແຫ່ງ​ຊາດ, ອົງການຈັດຕັ້ງສັງຄົມ ໂດຍຜ່ານ​ຄະນະປະສານງານອົງການຈັດຕັ້ງສັງຄົມລາວ ​ແລະ ບັນດາ​ອົງການ​ຈັດຕັ້ງລັດ​ທີ່​ກ່ຽວຂ້ອງ​ເຊັ່ນ: ຂັ້ນກະຊວງ ​ແລະ ພະແນກພາຍ​ໃນ​ແຂວງ. ການປະສານງານນີ້ມີຈຸດປະສົງເພື່ອອໍານວຍຄວາມສະດວກໃຫ້ການສົນທະນາ ແລະ ການຮ່ວມມືເພື່ອແກ້ໄຂບັນຫາທີ່ມີຜົນກະທົບຕໍ່ຊຸມຊົນຂັ້ນທ້ອງຖິ່ນ, ທີ່ຈະເຮັດໃຫ້ອົງການຈັດຕັ້ງສັງຄົມໄດ້ປະກອບສ່ວນຄວາມເຂົ້າໃຈ ແລະ ຄຳຄິດເຫັນຕໍ່ບັນຫາດັ່ັງກ່າວຢ່າງມີປະສິດທິພາບ.

ແຜນໃນຕໍ່ໜ້າ, ສພຂ ແລະ ອົງການຈັດຕັ້ງສັງຄົມ ຈະສະເຫນີການສະຫນັບສະຫນູນຢ່າງຕໍ່ເນື່ອງຈາກແຜນງານ CEGGA ເພື່ອຈັດກອງປະຊຸມແລກປ່ຽນຢ່າງຫນ້ອຍຫນຶ່ງຄັ້ງຕໍ່ປີ ເພື່ອຮັບປະກັນການມີສ່ວນຮ່ວມຢ່າງຕໍ່ເນື່ອງ ແລະ ເພື່ອໃຫ້ບັນລຸຈຸດປະສົງຮ່ວມກັນ. ກອງ​ປະຊຸມ​ແລກປ່ຽນ​ຄັ້ງນີ້ຍັງໄດ້​ເນັ້ນ​ໜັກ​ເຖິງພາລະບົດບາດ​ລວມຂອງ ສພຂ ​ແລະ ອົງການຈັດຕັ້ງສັງຄົມ ​ໃນ​ການ​ຮ່ວມ​ມື​ໃນວຽກງານ​ການ​ປົກຄອງ​ ​ແລະ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແກ່​ຊຸມ​ຊົນ, ​ເພີ່ມທະວີການພັດທະນາປະເທດຊາດ ແບບມີສ່ວນຮ່ວມ ແລະ ຍືນຍົງ.

ແຜນງານ CEGGA ເປັນແຜນງານຮ່ວມຂອງທີມເອີຣົບ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານສະວິສເຊີແລນ ແລະ ລັດຖະບານເຢຍລະມັນ ແລະ ສະຫະພາບ ເອີຣົບ. ຈັດຕັ້ງປະຕິບັດໂດຍຈິໄອແຊັດ (GIZ) ຮ່ວມມືກັບກະຊວງພາຍໃນ ແລະ ກະຊວງຍຸຕິທຳ, ສະພາແຫ່ງຊາດ, ແລະ ​ຄະນະປະສານງານອົງການຈັດຕັ້ງສັງຄົມລາວ.