ຈັດການຝຶກອົບຮົມແກ່ຜູ້ໃຫ້ຄຳປຶກສາດ້ານອາຊີບ

ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA) ໄດ້ຈັດການຝຶກອົບຮົມແກ່ຜູ້ໃຫ້ຄຳປຶກສາດ້ານອາຊີບ ໃນວັນທີ 14 – 15 ມີນາ ທີ່ຈັດຂຶ້ນຢູ່ທີ່ ສູນກາງສະຫະພັນແມ່ຍິງ ແລະ ຫ້ອງການ 108jobs. ການຝຶກອົບຮົມດັ່ງກ່າວແມ່ນມີ ທ່ານ ແກ້ວວິສຸກ ດາລາສານ, ຜູ້ອຳນວຍການບໍລິສັດ 108jobs ທໍາໜ້າທີ່ເປັນຄູຝຶກ. ການຝຶກອົບຮົມນີ້ ແມ່ນເລັງໃສ່ເພື່ອຝຶກ ຜູ້ໃຫ້ຄຳປຶກສາດ້ານອາຊີບ ຈາກ ວິທະຍາໄລ ອສຄ ຕົວແບບ ແລະ ຕົວແທນຈາກກົມອາຊີວະສຶກສາ ເພື່ອໃຫ້ເຂົາເຈົ້າມີເຄື່ອງມື ແລະ ຄວາມຮູ້ ໃນການກະກຽມນັກສຶກສາໃຫ້ມີຄວາມພ້ອມຕໍ່ອາຊີບການງານ ທີ່ກົງກັບຄວາມຕ້ອງການ ແລະ ຄວາມສາມາດຂອງເຂົາເຈົ້າຫຼັງຈາກຮຽນຈົບ.

ເປັນຫຍັງວຽກງານຜູ້ໃຫ້ຄຳປຶກສາດ້ານອາຊີບ ຈຶ່ງມີຄວາມສຳຄັນ?

ຜູ້ໃຫ້ຄຳປຶກສາດ້ານອາຊີບ ໃນສະຖານອາຊີວະສຶກສາ ແມ່ນເປັນຜູ້ທີ່ມີຄວາມສໍາຄັນ ແລະ ຈໍາເປັນ ສໍາລັບຊ່ວຍໃຫ້ນັກສຶກສາ ໄດ້ຮັບຂໍ້ມູນກ່ຽວກັບທາງເລືອກໃນອາຊີບການງານ, ໄດ້ຮັບທັກສະທີ່ກ່ຽວຂ້ອງ, ແລະ ສາມາດກະກຽມຕົນເອງໃຫ້ມີຄວາມພ້ອມ ຕໍ່ການຈ້າງງານທີ່ປະສົບຜົນສໍາເລັດ ຫຼັງຈາກທີ່ຮຽນຈົບ. ໂຄງການ VELA ໄດ້ຄຳນຶງເຖິງຈຸດສຳຄັນດັ່ງກ່າວ, ດັ່ງນັ້ນ, ຈຶ່ງເນັ້ນໜັກໃສ່ການຍົກສູງຜົນໄດ້ຮັບດັ່ງກ່າວ.

ການຝຶກອົບຮົມ ຕ້ອງການຫຍັງແດ່?

ໃນ​ໄລ​ຍະ​ການ​ຝຶກ​ອົບ​ຮົມແບບເລັ່ງລັດນີ້, ຜູ້​ເຂົ້າ​ຮ່ວມ​ໄດ້​ລົງ​ເລິກ​ໃນຫົວ​ຂໍ້​ທີ່​ຫຼາກ​ຫຼາຍ, ເຊັ່ນ:

  1. ເຕັກນິກໃນການໃຫ້ຄຳປຶກສາດ້ານອາຊີບ: ການໃຊ້ສິນລະປະໃນການໃຫ້ຄຳປຶກສາ ທີ່ເໝາະສົມສະເພາະກັບແຕ່ລະບຸກຄົນ
  2. ທັກສະການຊອກວຽກ: ວິທີການຊອກຫາຂໍ້ມູນຜູ້ຈ້າງງານຢູ່ໃນທ້ອງຖິ່ນ ແລະ ຕະຫຼາດແຮງງານ
  3. ການນຳໃຊ້ຜົນໄດ້ຮັບ ຈາກແບບທົດສອບ OASA: ການປະເມີນຄວາມເຂົ້າໃຈຕໍ່ນັກສຶກສາ
  4. ການກະກຽມເພື່ອສະໝັກວຽກ: ນຳໃຊ້ເຄື່ອງມືທີ່ຈຳເປັນສໍາລັບກະກຽມ, ດັດປັບ ແລະ ສ້າງໃບຊີວະປະຫວັດ ທີ່ໂດດເດັ່ນ.
  5. ສິ່ງສຳຄັນໃນການບໍລິຫານວຽກງານ: ຮັບປະກັນ ການປະຕິບັດໜ້າວຽກ ຢ່າງລຸລ່ວງ ຂອງທີມງານຜູ້ໃຫ້ຄຳປຶກສາດ້ານອາຊີບ.

ລົງຢ້ຽມຢາມບໍລິສັດ 108 Group

ນອກຈາກການມີສ່ວນຮ່ວມ ຢູ່ໃນການສົນທະນາເປັນກຸ່ມ ແລະ ການຝຶກອົບຮົມຫົວຂໍ້ທີ່ໜ້າສົນໃຈແລ້ວ, ຜູ້ເຂົ້າຮ່ວມຍັງມີໂອກາດ ໄດ້ລົງໄປຢ້ຽມຢາມຫ້ອງການ ຂອງ 108 Jobs. ການລົງຢ້ຽມຢາມດັ່ງກ່າວ ໄດ້ສະໜອງຄວາມຮູ້ຄວາມເຂົ້າໃຈ ທີ່ລ້ຳຄ່າແກ່ຜູ້ເຂົ້າຮ່ວມ ກ່ຽວກັບບໍລິສັດ ທີ່ລົງເລິກການຊອກວຽກເຮັດງານທຳ ແລະ ສະໜອງການຝຶກອົບຮົມ ແລະ ກິດຈະກຳຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຊອກວຽກ ໃນການໄດ້ຮັບທັກສະທີ່ຈຳເປັນ ເພື່ອປະກອບອາຊີບ.

ບົດຂ່າວນີ້ຮຽບຮຽງໂດຍ: ທ່ານນາງ ທະນາທິບ ອິນທິວົງ, ຊ່ຽວຊານດ້ານການສື່ສານ, ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA), ອີເມວ: thanathip.inthivong@giz.de

        
ຈັດການຝຶກອົບຮົມແກ່ຜູ້ໃຫ້ຄຳປຶກສາດ້ານອາຊີບ