ກອງປະຊຸມວິຊາການຄັ້ງທີ່ 1 ຂອງໂຄງການຮ່ວມ ອ່າງຮັບນໍ້າຍ່ອຍ ຫລື 3S, ເຊິ່ງມີ ແມ່ນໍ້າເຊກອງ, ເຊສານ ແລະ ເຊໂປກ

ກອງປະຊຸມວິຊາການຄັ້ງທີ່ 1 ຂອງໂຄງການຮ່ວມ ອ່າງຮັບນໍ້າຍ່ອຍ ຫລື 3S, ເຊິ່ງມີ ແມ່ນໍ້າເຊກອງ, ເຊສານ ແລະ ເຊໂປກ, ໄດ້ຖືກຈັດຂຶ້ນໃນວັນທີ 5 ມີນາ 2024, ຢູ່ພະນົມເປັນ, ປະເທດ ກຳປູເຈຍ. ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກັນກ່ຽວກັບການຄຸ້ມຄອງນ້ຳຂ້າມແດນຮ່ວມກັນ, ປຶກສາຫາລືຜົນໄດ້ຮັບຂອງການສຶກສາອ່າງຍ່ອຍ, ແຜນສ້າງຄວາມສາມາດ ແລະ ໂຄງຮ່າງຂອງລະບົບແຜນທີ່ອອນໄລຂອງອ່າງຮັບນ້ຳຍ່ອຍ.

ໂຄງການຮ່ວມ 3S ໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ແລະ ຖືກຈັດຕັ້ງປະຕິບັດຮ່ວມລະຫວ່າງ ຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ GIZ ແຕ່ປີ 2023 ເຖິງ 2024

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືການກະກຽມອອກແບບໂຄງການຮ່ວມຂອງອ່າງນ້ຳຍ່ອຍ 3S ຂອງແມ່ນ້ຳຂອງ.