ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA) ໄດ້ຈັດກອງປະຊຸມ ສະຫຼຸບຜົນເບຶ້ອງຕົ້ນຈາກການລົງເກັບກຳຂໍ້ມູນ ສໍາລັບ ໂຄງການ VELA ໄລຍະສາມ

ໃນວັນທີ 1 ມີນາ ທີ່ຜ່ານມາ, ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA) ໄດ້ຈັດກອງປະຊຸມ ສະຫຼຸບຜົນເບຶ້ອງຕົ້ນຈາກການລົງເກັບກຳຂໍ້ມູນ ສໍາລັບ ໂຄງການ VELA ໄລຍະສາມ ທີ່ໂຮງແຮມຄຣາວນ໌ພລາຊາ, ນະຄອນຫຼວງວຽງຈັນ. ຈຸດປະສົງ ຂອງ ກອງປະຊຸມ ແມ່ນເພື່ອແບ່ງປັນຜົນໄດ້ຮັບ ຈາກການລົງເກັບກຳຂໍ້ມູນ ເພື່ອຈະນໍາໃຊ້ໃນການອອກແບບໂຄງການໃນເບື້ອງຕົ້ນ ແລະ ເພື່ອເກັບກໍຄຳຄິດເຫັນຈາກຄູ່ຮ່ວມງານໂຄງການ ເຊັ່ນ ຈາກສະຖາບັນອາຊີວະສຶກສາ ແລະ ສະຖານປະກອບການ.

ຄູ່ຮ່ວມງານໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມ ຢ່າງຕັ້ງໜ້າ ໂດຍມີການສົນທະນາ ແລກປ່ຽນຄຳຄິດເຫັນຕໍ່ກັບ ອາຊີວະສຶກສາ ໃນ ສປປ ລາວ, ພ້ອມກັນນັ້ນ ກໍໄດ້ກໍານົດຂົງເຂດ ທີ່ມີທ່າແຮງ ສໍາລັບ ການຊ່ວຍເຫຼືອ ແລະ ການຮ່ວມມື ຢ່າງເປັນຮູບປະທໍາ.