ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວບ້ານໃນການປົກປັກຮັກສາປ່າໄມ້ໃນແຂວງຄຳມ່ວນ

ໃນປີ 2023, ແຜນງານ CEGGA II ໄດ້ສະໜັບສະໜູນທຶນຂະໜາດໜ້ອຍໃຫ້ແກ່ອົງການຈັດຕັ້ງສັງຄົມລາວ (CSOs) ຈຳນວນ 23 ອົງກອນເພື່ອຈັດຕັ້ງປະຕິບັດໂຄງການຢູ່ໃນ 11 ແຂວງ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງສັງຄົມ ຈັດຕັ້ງປະຕິບັດບັນດາໂຄງການທີ່ແນໃສ່ການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບກວມລວມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.  ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ ເປັນອົງກອນໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຂະຫນາດໜ້ອຍຂອງແຜນງານ CEGGA II ເພື່ອຈັດຕັ້ງປະຕິບັດໂຄງການໃນການຄຸ້ມຄອງປ່າໄມ້ບ້ານ ເພື່ອການພັດທະນາທີ່ຍືນຍົງ ໃນສາມບ້ານຄື; ບ້ານນາໝາກບ້າ, ບ້ານນາຮິ ແລະ ບ້ານໂນນແດງ ເມືອງ ມະຫາໄຊ ແຂວງຄຳມ່ວນ.

ໂດຍມີ​ວິ​ໄສ​ທັດ​ທີ່​ຈະ​ແຈ້ງ ​ແລະ ປະຕິບັດໜ້າວຽກຢ່າງຕັ້ງໜ້າ, ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ​ໄດ້​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ກິດຈະກຳເພື່ອສົ່ງເສີມການມີສ່ວນຮ່ວມຂອງປະຊົນ​ໃນ​ການ​ປົກ​ປັກ​ຮັກສາ​ປ່າ​ໄມ້ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. ​ໂຄງການ​ດັ່ງກ່າວ​ມີ​ເປົ້າ​ໝາຍ​ເພື່ອເພີ່ມພື້ນທີ່ປ່າໄມ້ຂື້ນ 75 % ແລະ ເພື່ອຮັບປະກັນການຟື້ນຟູປ່າໄມ້ ແລະ ເພີ້ມຄວາມອຸດົມສົມບູນຂອງປ່າໄມ້ເຊິ່ງເປັນ​ແຫຼ່ງຊັບພະຍາກອນ​ໃນ​ການ​ຮັກສາ​ແມ່ນ້ຳ​ ແລະ​ ດິນ​ແຫ້ງ​ແລ້ງ​ຄືນ​ໃໝ່. ພ້ອມດ່ຽວກັນນັ້ນ, ຍັງຮັບປະກັນ​ຄວາມອຸດົມສົມບູນ​ດ້ານ​ສະບຽງ​ອາຫານ​ໃຫ້​ແກ່​ຊາວ​ບ້ານທ້ອງ​ຖິ່ນ ​ແລະ ​ເປັນ​ການ​ປ້ອງ​ກັນ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຜ່ານ​ການ​ເຄື່ອນ​ໄຫວ​ຈັດຕັ້ງປະຕິບັດກິດຈະກຳ​ຂອງ​ຊຸມ​ຊົນ​ຢ່າງ​ຕັ້ງໜ້າ,ຊາວບ້ານຫຼາຍກ່ວາ 100 ຄົນ ​ແລະ ພະ​ນັກ​ງານ​ລັດ​ຂ້້ນທ້ອງ​ຖິ່ນ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ການ​ຄຸ້ມ​ຄອງ​ທີ່​ດິນ ​ແລະ ປ່າ​ໄມ້, ​ແລກປ່ຽນ​ຄວາມ​ເຂົ້າ​ໃຈກ່ຽວໜ້າທີ່​ຮັບຜິດຊອບການປົກປັກຮັກສາປ່າໄມ້.

ຜົນສຳເລັດອັນສຳຄັນອັນໜຶ່ງຂອງໂຄງການແມ່ນການປູກຈິດສຳນຶກໃຫ້ແກ່ຊາວບ້ານກ່ຽວກັບກົດໝາຍ ແລະ ລະບຽບການອະນຸລັກປ່າໄມ້. ໂດຍການໃຫ້ຊຸມຊົນມີຄວາມຮູ້ ແລະ ມີເຄື່ອງມືໃນການກໍານົດ ແລະ ປົກປັກຮັກສາປ່າໄມ້ປະເພດຕ່າງໆ, ເຊິ່ງເຮັດໃຫ້ຊາວບ້ານໄດ້ກາຍເປັນຜູ້ປົກປັກຮັກສາທໍາມະຊາດຢ່າງຫ້າວຫັນ. ການປູກຈິດສຳນຶກນີ້ ບໍ່ພຽງແຕ່ເປັນການສະກັດກັ້ນການຕັດໄມ້ທຳລາຍປ່າ ແຕ່ຍັງເປັນການສົ່ງເສີມຄວາມຮັບຜິດຊອບແບບລວມ, ບັນດາບ້ານເປົ້າໝາຍໄດ້ມີການແບ່ງເຂດປ່າສະຫງວນຢ່າງຕັ້ງໜ້າ ແລະ ປົກປັກຮັກສາເພື່ອບໍ່ໃຫ້ມີການບຸກລຸກທຳລາຍປ່າໄມ້.

ໂຄງການນີ້ເປັນຫນຶ່ງໂຄງການທີ່ໄດ້ຮັບສະຫນັບສະຫນູນຈາກແຜນງານ CEGGA. ຜ່ານ​ການ​ໃຫ້​ທຶນ​ຊ່ວຍ​ເຫຼືອ​ລ້າ ​ແລະ​ ຄວາມ​ພະ​ຍາ​ຍາມ​ສ້າງ​ຄວາມອາດ​ສາ​ມາດ​ດ້ານອົງກອນ, ຍັງມີບັນດາອົງການ​ຈັດ​ຕັ້ງສັງຄົມຈຳນວນ​ຫຼາຍ​ທີ່ເຄື່ອນໄຫວກິດຈະກຳທີ່ຄືກັນກັບສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ. ການຮ່ວມມືກັນ, ອົງການຈັດຕັັ້ງສັງຄົມສາມາດສ້າງຄວາມແຕກຕ່າງອັນຍິງໃຫຍ່ໃຫ້ແກ່ຊຸມຊົນຂອງຕົວເອງໄດ້, ຊ່ວຍເຫຼືອທຸກປະຊາຊົນ, ໂດຍສະເພາະກຸ່ມຜູ້ທີ່ດ້ອຍໂອກາດ, ເຮັດໃຫ້ຊີວິດການເປັນຢູ່ດີຂື້ນກວ່າເກົ່າ ແລະ ປົກປັກຮັກສາສິ່ງແວດລ້ອມໃນອະນາຄົດ.

ສະແດງຄວາມຂອບໃຈຕໍ່ການປະຕິບັດຫນ້າວຽກຢ່າງຕັ້ງໜ້າຂອງສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ ແລະ ການສະໜັບສະໜູນຂອງແຜນງານ CEGGA II, ຊາວບ້ານບ້ານນາໝາກບ້າ, ບ້ານນາຮິ ແລະ ບ້ານໂນນແດງ ເມືອງ ມະຫາໄຊ, ແຂວງຄຳມ່ວນ ໄດ້ຫັນມາເປັນຜູ້ປົກປັກຮັກສາປ່າໄມ້ໃຫ້ດີຂຶ້ນ, ເພື່ອເຮັດໃຫ້ຮຸ່ນລູກຮຸ່ນຫຼານສາມາດສືບຕໍ່ໄດ້ຮັບຜົນປະໂຫຍດຈາກຊັບພະຍາກອນທຳມະຊາດອັນລ້ຳຄ່າເຫຼົ່ານີ້. ບົດຄວາມນີ້ໄດ້ຍົກໃຫ້ເຫັນວ່າເມື່ອຊຸມຊົນຮ່ວມມືກັນ, ພວກເຂົາສາມາດສ້າງຄວາມແຕກຕ່າງອັນຍິງໃຫຍ່ໃນການປົກປັກສາຮັກສິ່ງແວດລ້ອມ ແລະ ສ້າງອະນາຄົດທີ່ດີກວ່າໃຫ້ແກ່ທຸກໆຄົນ.

ແຜນງານ CEGGA ແມ່ນເປັນການລິເລີ່ມຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ  ສປປ ລາວ ແລະ ຄູ່ຮ່ວມງານ “ທີມເອີຣົບ” ປະເທດສະວິສເຊີແລນ, ປະເທດເຢຍລະມັນ, ແລະ ສະຫະພາບເອີຣົບ. ອົງການ ຮ່ວມມືລາວ-ເຢຍລະມັນ Deutsche Gesellschaft fuer Internationale Zusammenarbeit (GIZ) ໄດ້ຖືມອບໝາຍໃຫ້ຈັດຕັ້ງປະຕິບັດ ແຜນງານການຮ່ວມມືຂອງທີມເອີຣົບ ຮ່ວມກັບ ຄູ່ຮ່ວມງານຝ່າຍ ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ ໂດຍການເພີ້ມທະວີວຽກງານການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

        
CEGGA's Donors and Development Partners