ກອງປະຊຸມ ສຳມະນາສ້າງຄວາມເຂັ້ມແຂງໃນການສ້າງນິຕິກຳໃຕ້ກົດໝາຍ ໃຫ້ບັນດາ 8 ແຂວງພາກເໜືອ ຢູ່ ແຂວງຫຼວງພະບາງ

ວັນທີ 8-9 ກຸມພາ 2024 ທີ່ແຂວງຫຼວງພະບາງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງໃນການສ້າງນິຕິກຳໃຕ້ກົດໝາຍ ໃຫ້ບັນດາ 8 ແຂວງພາກເໜືອ ໂດຍການເປັນປະທານຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ແລະ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ມີວິທະຍາກອນ ຈາກ ຫສນຍ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍສຳມະນາກອນ ຫຼາຍກວ່າ 200 ທ່ານຈາກບັນດາ 8 ແຂວງພາກເໜືອ. ກອງປະຊຸມດັ່ງກ່າວແມ່ນໄດ້ຮັບການສະໝັບສະໜູນຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ 2 (CEGGA II) ແລະ ມູນນິທິເວສມິນສເຕີ (WFD).

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຍົກລະດັບຄວາມສາມາດ ໃຫ້ຜູ້ຊີ້ນຳວຽກງານການສ້າງນິຕິກຳໃຕ້ກົດໝາຍ ພ້ອມດ້ວຍ ພະນັກງານວິຊາການ ກ່ຽວກັບຂັ້ນຕອນການສ້າງນິຕິກຳໃຕ້ກົດໝາຍຂອງຂະແໜງການຂັ້ນທ້ອງຖີ່ນ ພ້ອມທັງເປັນເວທີປຶກສາຫາລື, ທົບທວນການສ້າງນິຕິກຳໃຕ້ກົດໝາຍ ແລະ ການແລກປ່ຽນບົດຮຽນຂັ້ນທ້ອງຖີ່ນ.

ເນື້ອໃນຂອງກອງປະຊຸມຄັ້ງນີ້ ປະກອບມີຫົວຂໍ້ ຄື: 1. ການສ້າງນິຕິກຳ ຢູ່ຂັ້ນທ້ອງຖີ່ນ; 2. ຂັ້ນຕອນ ແລະ ວິທີການສົ່ງຮ່າງ  ກົດໝາຍໃຫ້ສະພາປະຊາຊົນຂັ້ນແຂວງ ໄປປຶກສາຫາລືກັບປະຊາຊົນ; 3. ການເປັນເສນາທິການ ໃຫ້ລັດຖະບານ ຂອງ ຫສນຍ ໃນ ການສ້າງ ແລະ ປັບປຸງນິຕິກຳ; 4. ຜັນຂະຫຍາຍສັນຍາສາກົນ ເປັນນິຕິກຳ ຢູ່ຂັ້ນທ້ອງຖີ່ນ; 5. ການໂຄສະນາເຜີຍແພ່ນິຕິກຳ;                6. ການຕິດຕາມ ກວດກາ ການຈັດຕັ້ງປະຕິບັດນິຕິກຳ ຢູ່ສະພາປະຊາຊົນຂັ້ນແຂວງ; 7. ການພິຈາລະນາຮັບຮອງນິຕິກຳຂອງ ທ້ອງຖີ່ນ.

ກອງປະຊຸມຝຶກອົບຮົມ ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບຜົນສຳເລັດຜົນສຳເລັດ ແລະ ສິ່ງທ້າທາຍໃນຂະບວນການສ້າງນິຕິກຳ. ນອກຈາກນີ້   ກອງປະຊຸມໄດ້ແກ້ໄຂສິ່ງທ້າທ້າຍ ແລະ ໂອກາດ ເພື່ອປັບປຸງຄຸນນະພາບ ແລະ ຄວາມເປັນໄປໄດ້ຂອງນິຕິກຳທີ່ສ້າງຂື້ນ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ແຜນງານເຊກາ (CEGGA)  ເປັນຈຸດລິເລີ່ມການຮ່ວມມືລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ “ທີມເອີຣົບ”  ເຊີ່ງລວມມີ: ສະຫະພາບ ເອີຣົບ, ລັດຖະບານເຢຍລະມັນ ແລະ ລັດຖະບານສະວິສເຊີແລນ. ຈິໄອແຊັດ (GIZ) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດແຜນງານຮ່ວມກັບກະຊວງພາຍໃນ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການພັດທະນາປະເທດຊາດ ໂດຍສົ່ງເສີມການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

        
CEGGA's Donors and Development Partners